ວິຊາການຊັ້ນສູງ
huongtran@eplegal.com
ນ. ເຈີນເລີ່ມ ຖຸ້ຍເຮືອງ ແມ່ນວິຊາການຊັ້ນສູງຢູ່ EPLegal, ດ້ວຍປະສົບການລົງເລິກໃນຂົງເຂດນໍ້າມັນເຊື້ອໄຟ, ພະລັງງານທົດແທນ, ທະນາຄານ – ການເງິນ ແລະ ແກ້ໄຂຂໍ້ຂັດແຍ້ງ. ນາງໄດ້ຄຸ້ມຄອງ, ຮຽບຮຽງສັນຍາໃຫ້ບັນດາໂຄງການພະລັງງານ, ໃຫ້ຄໍາປຶກສາໃນການສ້າງໂຄງສ້າງການເງິນຄືນໃໝ່, ຊ່ວຍໃຫ້ຫຼາຍນັກລົງທຶນຕ່າງປະເທດໃນຂະບວນການເຄື່ອນໄຫວຢູ່ຫວຽດນາມ. ນອກຈາກນັ້ນ, ນາງຍັງເຂົ້າຮ່ວມແກ້ໄຂຂໍ້ຂັດແຍ້ງ ແລະ ບາງຄະດີຮ້ອງຟ້ອງໃຫຍ່ຢູ່ VIAC ແລະ SIAC.
ວິຊາການຊັ້ນສູງ
uyennguyen@eplegal.com
ນ. ຫງວ້ຽນທິຖຸຍອວຽນ ແມ່ນວິຊາການຊັ້ນສູງຢູ່EPLegal, ດ້ວຍປະສົບການລົງເລິກໃນຂົງເຂດລົງທຶນ, ບໍລິຫານບໍລິສັດ, ທະນາຄານ – ການເງິນ, FMCG ແລະ ແຮງງານ. ລາວໄດ້ເຂົ້າຮ່ວມໃຫ້ຄໍາປຶກສາໃນຂົງເຂດແຮງງານ, ຊ່ວຍໃຫ້ຄໍາປຶກສາໂຄງການລົງທຶນໃຫ້ບໍລິສັດ FDI, ໃຫ້ຄໍາປຶກສາແກ່ວິສາຫະກິດ ແລະ ຂໍໃບອະນຸຍາດເຄື່ອນໄຫວໃນຂົງເຂດ FMCG. ນອກຈາກນັ້ນ ຍັງໄດ້ເຂົ້າຮ່ວມແກ້ໄຂຂໍ້ຂັດແຍ້ງລະຫວ່າງຂາຮຸ້ນຂອງບໍລິສັດມະຫາຊົນ.
ວິຊາການ
duynguyen@eplegal.com
ຢຸຍຫງວ້ຽນ ແມ່ນນັກວິຊາການຢູ່ EPLegal ທີ່ລົງເລິກໃນຂົງເຂດພະລັງງານ, ກໍ່ສ້າງ, ການປະມູນ ແລະ ແກ້ໄຂຂໍ້ຂັດແຍ້ງ. ທ້າວຢຸຍ ມີປະສົບການໃນການໃຫ້ຄໍາປຶກສາທາງນິຕິກໍາໃຫ້ບັນດາໂຄງການພະລັງງານ, ໂຄງການກໍ່ສ້າງຂະໜາດໃຫຍ່, ຮັບປະ ກັນການປະຕິບັດຕາມ ແລະ ຫຼຸດຜ່ອນຄວາມສ່ຽງ. ລາວກໍຊ່ວຍວິສາຫະກິດເຂົ້າຮ່ວມບັນດາໂຄງການຈຸດສຸມ, ປົກປ້ອງສິດ ແລະ ແກ້ໄຂຂໍ້ຂັດແຍ້ງໃນສັນຍາກໍ່ສ້າງ, ໂຄງການພະລັງງານໂດຍຜ່ານຄະນະກໍາມະການຢູ່ VIAC ແລະ SIAC.
ວິຊາການ
trieuhoang@eplegal.com
ນ. ຮວາງທິຖຸຍຈຽວ ແມ່ນວິຊາການຢູ່ຫ້ອງການປະຈໍານະຄອນໂຮ່ຈິມິນຂອງ EPLegal. ດ້ວຍປະສົບການ 4 ປີເຮັດວຽກຢູ່ບໍລິສັດກົດໝາຍຕ່າງໆ, ລາວມີປະສົບການລົງເລິກໃນຂົງເຂດພະລັງງານ, ວິສາຫະກິດ, ການລົງທຶນ ແລະ M&A. ນາງໄດ້ໃຫ້ ຄໍາປຶກສາໃຫ້ຫຼາຍລູກຄ້າໃຫຍ່ເຊັ່ນບຽນດົງ POC, POS, ໂຮງງານໄຟຟ້ານໍ້າຕົກຫົວນາ, BSR, KNOC, PVEP ແລະ PVGas LNG ໃນບັນດາໂຄງການທີ່ສັບສົນທີ່ກ່ຽວຂ້ອງເຖິງນໍ້າມັນເຊື້ອໄຟ, ພະລັງງານ, M&A ແລະ ການປະຕິບັດກົດໝາຍ.
ວິຊາການ
cuongnguyen@eplegal.com
ທ. ຫງວ້ຽນຮື້ວແມ້ງເກືອງ ແມ່ນຜູ້ຊ່ວຍທະນາຍ ຄວາມຢູ່ EPLegal, ດ້ວຍປະສົບການລົງເລິກໃນການໂຕ້ວາທີ, ດໍາເນີນຄະດີ, ທຸລະກໍາການຄ້າ ແລະ ກົດໝາຍແຮງງານ. ລາວໄດ້ເຂົ້າຮ່ວມແກ້ໄຂຂໍ້ຂັດແຍ້ງໃນຫຼາຍຂົງເຂດປະກອບມີທຸລະກໍາການຄ້າ, ກໍ່ສ້າງ ແລະ ອະສັງຫະລິມະຊັບ. ນອກຈາກນັ້ນ, ລາວຍັງໄດ້ໃຫ້ຄໍາປຶກສາດ້ານນິຕິກໍາກົດວິໄນແຮງງານ, ໜີ້ສິນພັນທະບັດ ແລະ ບັນຫາປະກັນໄພຕໍ່.
ຊ່ວຍວຽກທະນາຍ ຄວາມ
anh.nguyen@eplegal.com
ນ. ຫງວ້ຽນເຟືອງແອັງ ແມ່ນຜູ້ຊ່ວຍວຽກທະນາຍ ຄວາມຢູ່ EPLegal ຮ່າໂນ້ຍ ໃນຂົງເຂດພະລັງງານ, ວິສາຫະກິດ, ລົງທຶນ, ການເງິນ – ການທະນາຄານ ແລະ ແກ້ໄຂຂໍ້ຂັດແຍ້ງ. ນາງມີປະສົບການໃນການ ຮຽບຮຽງ, ໃຫ້ຄໍາປຶກສາທາງນິຕິກໍາ, ຄົ້ນຄວ້າຂໍ້ກໍານົດ, ກະກຽມສັນຍາ ແລະ ເອກະສານທາງນິຕິກໍາ, ທົບທວນສັນຍາຊື້ຂາຍນໍ້າມັນດິບ, ບໍລິການຊີເຈາະ ແລະ ຊ່ວຍແກ້ໄຂຂໍ້ຂັດແຍ້ງ, ເຮັດວຽກກັບອົງການທາງພາກລັດ ແລະ ແກ້ໄຂເອກະສານທີ່ກ່ຽວຂ້ອງທາງດ້ານການເງິນ – ການທະນາຄານ.
ຊ່ວຍວຽກ ທະນາຍ ຄວາມ
huyendo@eplegal.com
ຮວຽນໂດ້ ມີປະສົບການໃນຂົງເຂດພະລັງງານ, ນໍ້າມັນເຊື້ອໄຟ, ແກ້ໄຂຂໍ້ຂັດແຍ້ງ, ທະນາຄານ ແລະ ການເງິນ, ວິສາຫະກິດ ແລະ ການລົງທຶນ. ດ້ວຍບົົດບາດເປັນຜູ້ຊ່ວຍທະນາຍຄວາມ ໄດ້ເຂົ້າຮ່ວມຊ່ວຍປຶກສາທາງນິຕິກໍາໃຫ້ຫຼາຍໂຄງການໃຫຍ່ທີ່ກ່ຽວຂ້ອງເຖິງສັນຍາການຄ້າ, ທຸລະກໍາການເງິນ ແລະ ການລົງທຶນ ເປັນຕົ້ນແມ່ນຊ່ວຍທະນາຍຄວາມກະກຽມ ເອກະສານ ແລະ ຍຸດທະສາດໃນຄະດີຮ້ອງຟ້ອງ ແລະ ກໍາມະການການຄ້າສາກົນ. ຄວາມເອົາໃຈໃສ່ ແລະ ຄວາມສາມາດກໍາບັນຫານິຕິກໍາລົງເລິກຊ່ວຍໃຫ້ລາວປະກອບສ່ວນເຂົ້າໃນຜົນສໍາເລັດຂອງບັນດາໂຄງການທີ່ລາວເຂົ້າຮ່ວມ.
ຜູ້ຊ່ວຍທະນາຍ ຄວາມ
nhanvu@eplegal.com
ນາງເປັນຜູ້ຊ່ວຍທະນາຍຄວາມຢູ່ EPLegal, ມີປະສົບການຄົ້ນຄວ້າ, ວິໄຈບັນຫາທາງນິຕິກໍາ, ພິເສດໃນຂົງເຂດພະລັງງານ ແລະ ນໍ້າມັນເຊື້ອໄຟ. ນາງໄດ້ເຂົ້າຮ່ວມຫຼາຍໂຄງການໃຫຍ່ກ່ຽວກັບສັນຍາບໍລິການຊີເຈາະ (DSSC), ປຶກສາສັນຍາຊື້ຂາຍນໍ້າມັນດິບ, ກະກຽມເອກະສານເພື່ອຮ້ອງຟ້ອງຂຶ້ນສານ, ເອກະສານໂຕ້ວາທີໃຫ້ຄະດີຂັດແຍ້ງໃຫຍ່ຢູ່ VIAC ແລະ SIAC.
ຜູ້ຊ່ວຍທະນາຍ ຄວາມ
huydang@eplegal.com
ທ້າວຮຸຍ ເປັນຜູ້ຊ່ວຍທະນາຍຄວາມຢູ່ EPLegal ນະຄອນໂຮ່ຈິມິນ ໃນຂົງເຂດແກ້ໄຂຂໍ້ຂັດແຍ້ງ, ການບິນ ແລະ ພະລັງງານ. ລາວຊ່ວຍຄົ້ນຄວ້າ, ວິໄຈທາງນິຕິກໍາ, ສ້າງເອກະສານ ແລະ ຍຸດທະສາດໃຫ້ແກ່ລູກຄ້າ, ພິເສດໃນການເປັນກໍາມະການ ແລະ ໄກ່ເກ່ຍດ້ານການຄ້າ. ລາວກໍຄົ້ນຄວ້າລົງເລິກກ່ຽວກັບຂໍ້ກໍານົດຂອງກົດໝາຍວ່າດ້ວຍການບິນ ແລະ ໃຫ້ຄໍາປຶກສາໃນຂົງເຂດພະລັງງານ, ປະກອບສ່ວນສໍາຄັນເຂົ້າໃນຖັນແຖວຂອງ EPLegal.
ຜູ້ຊ່ວຍທະນາຍ ຄວາມ
nguyenle@eplegal.com
ນ. ເລທິຮ້ຽວຫງວ້ຽນ ເປັນຜູ້ຊ່ວຍທະນາຍຄວາມຢູ່ EPLegal, ເປັນວິຊາການໃນຂົງເຂດພະລັງງານ,
ວິສາຫະກິດ ແລະ ການລົງທຶນ.ດ້ວຍປະສົບການທີ່ສະສົມ, ລາວກໍເຂົ້າຮ່ວມຊ່ວຍໃຫ້ບັນດາທະນາຍ ຄວາມໂດຍຜ່ານການຄົ້ນຄວ້າລົງເລິກ, ທົບທວນ ແລະ ສ້າງເອກະສານປຶກສາທາງນິຕິກໍາທີ່ກ່ຽວຂ້ອງເຖິງສັນຍາ, ທຸລະກໍາການຄ້າໃນຫຼາຍໂຄງການ.
ຜູ້ຊ່ວຍທະນາຍ ຄວາມ
ducnguyen@eplegal.com
ດືກຫງວ້ຽນ ມີພື້ນຖານໜັກແໜ້ນຊ່ວຍໃນວຽກງານນິຕິກໍາ, ໂດຍສະເພາະແມ່ນຂົງເຂດຮ້ອງຟ້ອງ. ວຽກງານຂອງລາວປະກອບມີການຮຽບຮຽງເອກະສານທາງນິຕິກໍາເປັນຕົ້ນແມ່ນໜັງສືຮ້ອງຟ້ອງ, ໜັງສືສະ ເໜີ, ເອກະສານຄັດຫຍໍ້ ກໍຄືປະຕິບັດການຄົ້ນຄ້ວາດ້ານນິຕິກໍາລົງເລິກກ່ຽວກັບລະບຽບການຮ້ອງຟ້ອງ, ກົດໝາຍແພ່ງ ແລະ ການຄ້າ, ແກ້ໄຂຂໍ້ຂັດແຍ້ງສາກົນ. ລາວມີຄວາມສາມາດແກ້ໄຂບັນດາບັນຫາທາງນິຕິກໍາທີ່ສັບສົນ ແລະ ການໃສ່ໃຈຂອງລາວໃນການຊ່ວຍເຫຼືອຮອບດ້ານ ເຮັດໃຫ້ລາວກາຍເປັນຊັບສິນອັນລ້ຳຄ່າໃນທຸກສະພາບແວດລ້ອມນິຕິກໍາ.
ເລກທີ 311-I9 ຖະໜົນເລກ 7, ຄຸ້ມອານຟູ້, ນະຄອນຖຸດືກ, ນະຄອນໂຮ່ຈິມິນ, ສສ ຫວຽດນາມ.
Tel: +84-28-35356375
Fax: +84-28-3823 2657
Email: info@eplegal.com
ຫ້ອງ 518, Golden Palm ເຮືອນໃຫຍ່,
ເຮືອນເລກທີ 21 ເລວັນເລືອງ,
ເມືອງແທງຊວນ, ນະຄອນຮ່າໂນ້ຍ, ຫວຽດນາມ
Tel: +84-28-35356375
Email: info@eplegal.com
ເລກທີ 79 ຫງວ້ຽນຮື້ວເຖາະ, ຄຸ້ມຮວາທວັນນາມ, ເມືອງຮ້າຍຈຽວ, ນະຄອນດ່ານັ້ງ, ສສ ຫວຽດນາມ.
Tel: +84-28-35356375
Email: info@eplegal.com
Suite 69, Docker Building
8 Bonnet Street, London, E16 2HE
Tel: +44-020-38831236
Email: office@luatsuanhquoc.uk
ທີ່ຢູ່: ບ້ານຈາງປອງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ສປປ ລາວ.
Email: anhcao@eplegal.com