ພະລັງງານ

ພະລັງງານທົດແທນ - ນໍ້າມັນເຊື້ອໄຟ - ອາຍແກັສທໍາມະຊາດແຫຼວ

ບໍລິສັດໃຫ້ບໍລິການທາງນິຕິກໍາໃຫ້ບັນດາຫົວໜ່ວຍເອກະຊົນ ແລະ ພາກລັດໃນຂະແໜງພະລັງງານຢູ່ຫວຽດນາມ. ພວກເຮົາມີຄວາມຮູ້ທາງກົດໝາຍທີ່ກວ້າງຂວາງ, ມີທັກສະ ແລະ ຄວາມຮັບຮູ້ຮອບດ້ານກ່ຽວກັບການກໍ່ສ້າງ ກໍຄືມີປະສົບການໃນການເຮັດທຸລະກໍາ.

EPLegal ໄດ້ໃຫ້ຄໍາປຶກສາໃຫ້ລູກຄ້າກ່ຽວກັບສັນຍາຈັດແບ່ງຜະລິດຕະພັນນໍ້າມັນເຊື້ອໄຟ (PSC), ຂໍ້ຕົກລົງຮັບຈໍາໜ່າຍຜະລິດຕະພັນເຊື້ອເພີງ, ໂຄງປະກອບສ້າງບໍລິສັດ ແລະ ເອກະສານ, ປະເມີນ ແລະ M&A ບົ່ມຊ້ອນໃນໂຄງການຍອດນໍ້າ. ບໍລິສັດກໍໃຫ້ບໍລິການປຶກສາກ່ຽວກັບໂຮງງານໄຟຟ້າຄວາມຮ້ອນ BOT, ໂຄງການກໍ່ສ້າງທໍ່ ແລະ ບາງສັນຍາ EPC ໃຫ້ໂຄງການໄຟຟ້ານໍ້າຕົກ.

EPLegal ພູມໃຈທີ່ເປັນຫົວໜ່ວຍເຄື່ອນໄຫວວິຊາຊີບທາງນິຕິກໍາໃນແຖວໜ້າຢູ່ຫວຽດນາມ ຊ່ວຍໃຫ້ຄວາມຕ້ອງການຂອງລູກຄ້າໃນຂົງເຂດພະລັງງານ.

ພະລັງງານທົດແທນ

ນໍາໜ້າໃນພະລັງງານທົດແທນ

EPLegal ໃຫ້ບໍລິການທາງນິຕິກໍາໃຫ້ບັນດາໂຄງການພະລັງງານທົດແທນ, ປະກອບມີພະລັງງານແສງຕາເວັນ, ພະລັງງານລົມ, ເຊີ້ອເພີງຊີວະພາບ ແລະ ພະລັງງານຄວາມຮ້ອນໃຕ້ດິນ.

ວຽກງານຂອງພວກເຮົາປະກອບມີການຊ່ວຍເຫຼືອໃຫ້ລູກຄ້າສ້າງບົດລາຍງານປະເມີນດ້ານນິຕິກໍາໂຄງການໄຟຟ້າແຮງລົມໃຫ້ແກ່ທຸລະກໍາ M&A, ປະເມີນໂຄງການ ແລະ ປະສິດທິຜົນຂອງມັນ; ພິຈາລະນາປະເມີນສັນຍາ EPC ກັບຜູ້ຮັບເໝົາໃຫຍ່ ແລະ ບັນດາສັນຍາໂອນກໍາມະສິດໃຫ້ລູກຄ້າ, ສັນຍາຈໍານອງຊັບສິນ, ຈົດທະບຽນທຸລະກໍາຈໍານອງໂຄງການ. EPLegal ກໍຮ່ວມເດີນທາງກັບຜູ້ລົງທຶນໃນການຂໍໃບຢັ້ງຢຶນການລົງທຶນສ້າງຕັ້ງວິສາຫະກິດຂອງໂຄງການ, ກະກຽມເອກະສານອອກໃບຢັ້ງຢືນປະກອບຊາຊີບກໍ່ສ້າງ ແລະ ອອກໃບອະນຸຍາດເຄື່ອນໄຫວປຸກສ້າງໃຫ້ຜູ້ຮັບເໝົາຕ່າງປະເທດ.

ບໍລິການຂອງ EPLegal ຍັງໄດ້ເປີດກວ້າງການເຈລະຈາ ແລະ ສ້າງເອກະສານໃຫ້ແກ່ການຊື້ ແລະ ໂອນຊັບສິນໃນຂົງເຂດພະລັງງານທົດແທນ, ໃຫ້ຄໍາເຫັນທາງນິຕິກໍາແກ່ລູກຄ້າກ່ຽວກັບກົດໝາຍຫວຽດນາມໃນຂົງເຂດນີ້. ພວກເຮົາໃຫ້ບໍລິການປຶກສາທີ່ມີມູນຄ່າກ່ຽວກັບສໍານວນເອກະສານເຊີນເຂົ້າຮ່ວມປະມູນ, ຄາດໝາຍການປະມູນ ແລະ ຍຸດທະສາດເພື່ອເພີ່ມປະສິດທິພາບໃຫ້ການເຄື່ອນໄຫວປະມູນທີ່ກ່ຽວຂ້ອງເຖິງພະລັງງານທົດແທນໃຫ້ແກ່ລູກຄ້າ.

ພະລັງງານນໍ້າມັນເຊື້ອໄຟ

ປະສົບການບໍ່ມີຄູ່ແຂ່ງໃນຂົງເຂດນໍ້າມັນເຊື້ອໄຟ

EPLegal ມີຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບກົດໝາຍວ່າດ້ວຍນໍ້າມັນເຊື້ອໄຟ ແລະກົດໝາຍອື່ນໆທີ່ກ່ຽວຂ້ອງເຖິງການເຄື່ອນໄຫວພະລັງງານ. ພວກເຮົາມີປະສົບການເຮັດວຽກກັບບັນດາບໍລິສັດບໍລິການ ແລະ ເຄື່ອນໄຫວດ້ານພະລັງງານໃນແຖວໜ້າຢູ່ຫວຽດນາມ.

EPLegal ໃຫ້ບໍລິການທາງນິຕິກໍາຮອບດ້ານທີ່ເໝາະສົມກັບຂົງເຂດນໍ້າມັນເຊື້ອໄຟ. ຖັນແຖວບໍລິສັດໃຫ້ຄໍາປຶກສາກ່ຽວກັບການອອກອະນຸຍາດ, ແບ່ງປັນການຜະລິດ, ຈັດການລວມ, ການຮ່ວມມືລະຫວ່າງບັນດາກຸ່ມບໍລິສັດ ແລະ ສັນຍາຮ່ວມທຸລະກິດ. ພວກເຮົາກໍໃຫ້ບໍລິການຕ່າງໆທີ່ກ່ຽວຂ້ອງເຖິງນໍ້າມັນເຊື້ອໄຟ, ສັນຍາ PSC, EPC/EPCI ແລະ ທຸລະກໍາພະລັງງານທົດແທນ.

ນອກຈາກນັ້ນ ພວກເຮົາຍັງເດັ່ນໃນການໃຫ້ຄໍາປຶກສາຄຸ້ມຄອງຂໍ້ຂັດແຍ້ງໃນຂະແໜງນໍ້າມັນເຊື້ອໄຟ. ດ້ວຍລະດັບວິຊາສະເພາະສູງ, ພວກເຮົາຮັບປະກັນຜົນປະໂຫຍດຂອງລູກຄ້າຈະໄດ້ປົກປ້ອງຢ່າງມີປະສິດທິຜົນ.

EPLegal ໄດ້ໃຫ້ຄໍາປຶກສາສໍາເລັດໃຫ້ຫຼາຍລູກຄ້າກ່ຽວກັບບັນດາໂຄງການນໍ້າມັນເຊື້ອໄຟ, ປະກອບມີບໍລິສັດ, ຜູ້ຮັບເໝົານໍ້າມັນເຊື້ອໄຟໃຫຍ່ເປັນຕົ້ນແມ່ນ PVN, PVEP, TLJOC, BĐPOC, PVEP POC, BSR, PVGas, Sumitomo, PTTEP, Fred Olsen Production, PTSC, Sapura Acergy ແລະ PVC-MS.

ພະລັງງານອາຍແກັສທໍາມະຊາດແຫຼວ (LNG)

ນໍາໜ້າກ່ຽວກັບອາຍແກັສທໍາມະຊາດແຫຼວ

EPLegal ມີຫຼາຍບໍລິການສໍາລັບຂະແໜງອາຍແກັສທໍາມະຊາດແຫຼວ. ບໍລິສັດສາມາດຊ່ວຍໃຫ້ລູກຄ້າປະຕິບັດລະບຽບການທາງນິຕິກໍາທີ່ສັບສົນທີ່ກ່ຽວຂ້ອງເຖິງການຄຸ້ມຄອງບັນດາໂຄງການ LNG, ປະກອບມີການປະຕິບັດຕາມບັນດາລະບຽບການກ່ຽວກັບສິ່ງແວດລ້ອມ, ມາດຕະຖານຄວາມປອດໄພ, ລະບຽບການສົົ່ງອອກ – ນໍາເຂົ້າ ແລະ ລະບຽບການຂອງຕະຫຼາດພະລັງງານ.

ຖັນແຖວບໍລິສັດປຶກສາໃຫ້ລູກຄ້າກ່ຽວກັບແງ່ນິຕິກໍາຕ່າງໆຂອງສັນຍາສາງທ່າເຮືອ LNG, ປະກອບມີສັນຍານໍາໃຊ້ສາງທ່າເຮືອ, ເກັບຮັກສາ ແລະ ການຫັນຄືນເປັນອາຍ. ສັນຍາຕ່າງໆນີ້ຄອບຄອງການນໍາໃຊ້ ແລະ ຄວບຄຸມການເຄື່ອນໄຫວຂອງອຸປະກອບສົ້ນທ້າຍ LNG, ຮັບປະກັນປະຕິບັດຕາມລະບຽບການໃນປັດຈຸບັນ.

ບໍລິການຂອງ EPLegal ກໍເປີດກວ້າງເຖິງການກໍານົດໂຄງສ້າງໃຫ້ສັນຍາການເງິນ, ແກ້ໄຂຍຸດທະສາດຄຸ້ມຄອງຄວາມສ່ຽງ ແລະ ເຈລະຈາ/ຮຽບຮຽງສັນຍາຊື້ຂາຍ LNG (SPA, MSPA).