ພັດທະນາໂຄງການກໍ່ສ້າງ

EPLegal ພູມໃຈສະໜອງບໍລິການດ້ານນິຕິກໍາການກໍ່ສ້າງໃຫ້ຫຼາຍໂຄງການຕ່າງໆ ເປັນຕົ້ນແມ່ນໂຄງການກໍ່ສ້າງພັດທະນາບັນດາໂຄງການພະລັງງານທົດແທນ, ກິດຈະການຂຸດຄົ້ນນໍ້າມັນເຊື້ອໄຟ, ໂຮງງານໄຟຟ້າ, ໂຮງງານກັ່ນຕອງນໍ້າມັນ, ພື້ນຖານໂຄງລ່າງ, ໂຮງແຮມ ແລະ ເຂດພັກຜ່ອນບຳລຸງ, ເດີ່ມກ໋ອຟ, ສໍານັກງານຫ້ອງການ ແລະ ເຮືອນຢູ່.

ຖັນແຖວນັກກົດໝາຍຢູ່ EPLegal ສະໜອງຫຼາຍບໍລິການທາງນິຕິກໍາ ປະກອບມີໃບອະນຸຍາດ, ໂອນກໍາມະສິດ, ຮຽບຮຽງສັນຍາ, ເຈລະຈາ ແລະ ປະຕິບັດສັນຍາ, ຮ້ອງຟ້ອງ ແລະ ປ້ອງກັນການຮ້ອງຟ້ອງ, ສັນຍາຮ່ວມມືລະຫວ່າງພາກລັດ – ເອກະຊົນ (PPP), ຮຽກ ຮ້ອງການໃຊ້ແທນການຕິດໜີ້/ສິ້ນສຸດ, ປະກັນໄພ, ແກ້ໄຂບັນຫາດ້ານແຮງງານ, ສິ່ງແວດ ລ້ອມ, ຄວາມປອດໄພແຮງງານ, ຮຽກຮ້ອງການໃຊ້ແທນຄ່າເສຍຫາຍດ້ານຊັບສິນ.

ດ້ວຍປະສົບການໃຫ້ຄໍາປຶກສາກ່ຽວກັບໂຄງການລົງທຶນທີ່ມີມູນຄ່າໃຫຍ່, ພວກເຮົາສາມາດສະເໜີຍຸດທະສາດການເຊັນສັນຍາທີ່ເໝາະສົມກັບຄວາມຮຽກຮ້ອງດ້ານການເງິນຂອງລູກຄ້າ, ບໍ່ວ່າໂຄງການຈະສັບສົນປານໃດ. ພວກເຮົາກໍຊ່ວຍໃນຂະບວນການດໍາເນີນມາດຕາຕ່າງໆຂອງສັນຍາ, ພ້ອມທັງຊ່ວຍແກ້ໄຂບັນຫາທີ່ກ່ຽວຂ້ອງເຖິງວຽກງານນອກຂອບເຂດ ແລະ ຄວາມຊັກຊ້າໃນແຜນດໍາເນີນໂຄງການ.