EPLegal ເປັນບໍລິສັດກົດໝາຍແຖວໜ້າໃນຂົງເຂດແກ້ໄຂຂໍ້ຂັດແຍ້ງດ້ານການຄ້າ ປະກອບມີການຮ້ອງຟ້ອງຕໍ່ສານ ແລະ ແກ້ໄຂຂໍ້ຂັດແຍ້ງປ່ຽນແທນ (ADR) ເປັນຕົ້ນແມ່ນການໄກ່ເກ່ຍ, ກໍາມະການ. ພວກເຮົາໄດ້ວາງເປົ້າໝາຍຫຼຸດຜ່ອນຄວາມສ່ຽງ ແລະ ນໍາຜົນການໄກ່ເກ່ຍດີທີ່ສຸດມາໃຫ້ລູກຄ້າ.
ດ້ວຍປະສົບການແກ້ໄຂຂໍ້ຂັດແຍ້ງທີ່ມີລັກສະນະສັບສົນ ແລະ ຂະໜາດໃຫຍ່ໃນຂົງເຂດກໍ່ສ້າງ, ພະລັງງານ ແລະ ຂໍ້ຂັດແຍ້ງລະຫວ່າງຂາຮຸ້ນ, EPLegal ໄດ້ເຂົ້າຮ່ວມແກ້ໄຂບັນດາເຫດການທີ່ມີມູນຄ່າໃຫຍ່ເຖິງຫຼາຍຕື້ໂດລາສະຫະລັດ. EPLegal ສາມາດແກ້ໄຂຂໍ້ຂັດແຍ້ງທີ່ຖືກປັບປຸງໂດຍຫຼາຍລະບົບກົດໝາຍຕ່າງໆ ແລະ ຢູ່ຫຼາຍສູນກໍາມະການ ແລະ ສູນໄກ່ເກ່ຍຕ່າງໆ ເປັນຕົ້ນແມ່ນ ICC, VIAC, PIAC, SIAC, KCAB, VMC, VICMC ດ້ວຍຫຼາຍພາສາຕ່າງໆ, ລວມທັງພາສາອັງກິດ ແລະ ພາສາຫວຽດ.
ຄຽງຄູ່ກັນນັ້ນ, EPLegal ຊ່ວຍໃຫ້ລູກຄ້າແກ້ໄຂຂໍ້ຂັດແຍ້ງໂດຍຜ່ານວິທີການເຈລະຈາ ແລະ/ຫຼື ໄກ່ເກ່ຍ ລວມທັງຂໍ້ຂັດແຍ້ງດ້ານພະລັງງານ, ຂັດແຍ້ງດ້ານການກໍ່ສ້າງ, ຂັດແຍ້ງລະຫວ່າງຂາຮຸ້ນ, ສັນຍາຊື້ຂາຍສິນຄ້າສາກົນ, ຂັດແຍ້ງແຮງງານ ແລະ ບັນຫາກ່ຽວກັບການລົ້ມລະລາຍ.
ເມື່ອແກ້ໄຂຂໍ້ຂັດແຍ້ງດ້ານການຄ້າ, ບຸກຄະລາກອນຂອງ EPLegal ແມ່ນຄູ່ຮ່ວມມືທີ່ໜ້າໄວ້ວາງໃຈໃຫ້ແກ່ລູກຄ້າ. ພວກເຮົາເຂົ້າໃຈເຖິງຄວາມສໍາຄັນຂອງການຊອກຫາວິທີທາງແກ້ໄຂທີ່ມີຜົນ, ແນະນຳໃຫ້ບັນດາຝ່າຍຊອກຫາໄດ້ສຽງເວົ້າລວມໂດຍໄວ.
ຖັນແຖວບໍລິສັດໄດ້ສຶກສາກໍ່ສ້າງລົງເລິກກ່ຽວກັບການໄກ່ເກ່ຍ, ເພື່ອຊ່ວຍໃຫ້ບັນດາຝ່າຍບັນລຸຜົນທີ່ດີທີ່ສຸດ, ຮັບ ປະກັນການແກ້ໄຂຢ່າງມີຜົນ ແລະ ເໝາະສົມບັນຫາຕ່າງໆຂອງລູກຄ້າ.
ດ້ວຍການເຂົ້າເຖິງທີ່ມີໄຫວພິບ ແລະ ປະດິດສ້າງໃນການສູ້ຊົນຊອກຫາວິທີການແກ້ໄຂໃຫ້ລູກຄ້າ, ບັນດາຊ່ຽວ ຊານໄກ່ເກ່ຍຂອງພວກເຮົາຮັບປະກັນວ່າລູກຄ້າຈະບັນລຸເປົ້າໝາຍ ແລະ ຜົນປະໂຫຍດຂອງລູກຄ້າຈະໄດ້ປົກປ້ອງຢ່າງດີທີ່ສຸດ.
ດ້ວຍປະສົບການໜັກແໜ້ນໃນບົດບາດທີ່ເປັນອະນຸຍາໂຕຕຸລາການ ແລະ ຕາງໜ້ານິຕິກໍາຢູ່ VIAC, SIAC, KCAB, THAC ແລະ ICC,, ຖັນແຖວຂອງ EPLegal ມີຄວາມສາມາດແກ້ໄຂຂໍ້ຂັດແຍ້ງຢ່າງມີຜົນ, ກະທັ້ງຂໍ້ຂັດແຍ້ງທີ່ມີລັກສະນະສັບສົນທີ່ສຸດ.
ພາຍໃຕ້ການນໍາພາຂອງທ່ານ Tony ຫງວ້ຽນ – ຊ່ຽວຊານຜູ້ດີເດັ່ນໃນຂົງເຂດກໍາມະການ, EPLegal ພູມໃຈທີ່ເປັນໜຶ່ງໃນບັນດາບໍລິສັດກົດໝາຍໃນແຖວໜ້າຢູ່ຫວຽດນາມກ່ຽວກັບກໍາມະການ. ທ່ານ Tony ຫງວ້ຽນ ເປັນກຽດທີ່ເປັນດາລາໃນການແກ້ໄຂຂໍ້ຂັດແຍ້ງຂອງ Benchmark Litigation ແລະ ເປັນຄົນຫວຽດນາມທໍາອິດທີ່ເປັນສະມາຊິກຊັ້ນສູງຂອງ CIArb (FCIArb). ພ້ອມກັນນັ້ນ ທ່ານກໍເປັນກໍາມະການທີ່ເປັນຊ່ຽວຊານຜູ້ໜຶ່ງຢູ່ອາຊີ ແລະ ນາງ Annie ໂງ ກໍຖືກສະເໜີເປັນນັກກົດໝາຍຜູ້ດີເດັ່ນໃນຂົງເຂດແກ້ໄຂຂໍ້ຂັດແຍ້ງ.
ພວກເຮົາໄດ້ອັບເດດ ແລະ ກໍາແໜ້ນການປ່ຽນແປງຂອງຂໍ້ກໍານົດ ແລະ ລະບຽບກໍາມະການຢູ່ຫວຽດນາມ ແລະ ສາກົນ, ຮັບປະກັນໃຫ້ຂະບວນການແກ້ໄຂຂໍ້ຂັດແຍ້ງຖືກດໍາເນີນໂດຍໄວ ແລະ ມີປະສິດທິຜົນ, ຮັບປະກັນວ່າລູກຄ້າຈະໄດ້ຮັບການປຶກສາ ແລະ ຊ່ວຍເຫຼືອທາງນິຕິກໍາທີ່ດີທີ່ສຸດ.
EPLegal ມີວິຊາການທີ່ພົ້ນເດັ່ນໃນການແກ້ໄຂຂໍ້ຂັດແຍ້ງໂດຍຜ່ານສານຫວຽດນາມ, ຊ່ວຍໃຫ້ລູກຄ້າຜ່ານຜ່າທຸກສິ່ງທ້າທາຍທາງນິຕິກໍາຢ່າງມີຜົນ ແລະ ດໍາເນີນໄປໂດຍງ່າຍ.
ພວກເຮົາໃຫ້ບໍລິການຮອບດ້ານຈາກການປຶກສາທາງນິຕິກໍາ, ກະກຽມເອກະສານຮ້ອງຟ້ອງ, ຕາງໜ້າໃຫ້ລູກຄ້າໃນປະຊຸມສານຮ້ອງຟ້ອງ ຈົນຮອດການດໍາເນີນຄໍາຕັດສິນຂອງສານ, ຂໍ້ຕົກລົງຂອງສານ, ຄໍາຕັດສິນຂອງກໍາມະການ.
ດ້ວຍປະສົບການແກ້ໄຂສໍາເລັດຫຼາຍຄະດີໃຫຍ່, ປະກອບມີການຍາດແຍ່ງທີ່ມີລັກສະນະສັບສົນສູງ, , EPLegal ໄດ້ຢັ້ງຢືນຄວາມສາມາດແກ້ໄຂເຫດການທີ່ມີລັກສະນະສັບສົນທີ່ສຸດຢູ່ສານ.
ພວກເຮົາຮັບຮອງໃຫ້ບໍລິການທາງນິຄິກໍາທີ່ເປັນມືອາຊີບ, ຍຸດທະສາດການຮ້ອງຟ້ອງທີ່ແຫຼມຄົມ ແລະ ວິທີທາງທີ່ດີທີ່ສຸດສໍາລັບທຸກຄວາມຕ້ອງການຂອງລູກຄ້າ.
ເລກທີ 311-I9 ຖະໜົນເລກ 7, ຄຸ້ມອານຟູ້, ນະຄອນຖຸດືກ, ນະຄອນໂຮ່ຈິມິນ, ສສ ຫວຽດນາມ.
Tel: +84-28-35356375
Fax: +84-28-3823 2657
Email: info@eplegal.com
ຫ້ອງ 518, Golden Palm ເຮືອນໃຫຍ່,
ເຮືອນເລກທີ 21 ເລວັນເລືອງ,
ເມືອງແທງຊວນ, ນະຄອນຮ່າໂນ້ຍ, ຫວຽດນາມ
Tel: +84-28-35356375
Email: info@eplegal.com
ເລກທີ 79 ຫງວ້ຽນຮື້ວເຖາະ, ຄຸ້ມຮວາທວັນນາມ, ເມືອງຮ້າຍຈຽວ, ນະຄອນດ່ານັ້ງ, ສສ ຫວຽດນາມ.
Tel: +84-28-35356375
Email: info@eplegal.com
Suite 69, Docker Building
8 Bonnet Street, London, E16 2HE
Tel: +44-020-38831236
Email: office@luatsuanhquoc.uk
ທີ່ຢູ່: ບ້ານຈາງປອງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ສປປ ລາວ.
Email: anhcao@eplegal.com